VL AUDIO
ສອບຖາມລາຍລະອຽດກ່ອນຊື້
VIVA-715D
ລຳໂພງກາງແຫຼມ Mid-HighActive (ມີແອັມໃນຕົວ)
ລຳໂພງ Active 2 ທາງ 15 ນິ້ວ 1400W Peak ພ້ອມ DSP FIR ເໝາະກັບງານອີເວັ້ນ, ດົນຕີສົດ ແລະ ງານດອງ
11,550,000 ກີບ
ມີສິນຄ້າ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
VIVA-715D ແມ່ນລຳໂພງ Active 2 ທາງ ຈາກ VL Audio, ໃຊ້ Compression driver ທີ່ອອກແບບ Dome ສະເພາະ ໃຫ້ສຽງຮ້ອງຊັດເຈນ ແລະ ກະຈາຍສຽງສະໝ່ຳສະເໝີ, ຄູ່ກັບດອກ 15" ທີ່ໃຫ້ການຕອບສະໜອງເປັນເສັ້ນຊື່ ແລະ ຄຸມສຽງຕ່ຳໄດ້ແມ່ນຍຳ.
ພາວເວີແອັມ 2 ຊ່ອງ 1,400W Peak ຄວບຄຸມດ້ວຍ DSP ທີ່ຈັດການ Crossover, EQ, Phase, Soft limiter ແລະ ປ້ອງກັນດອກລຳໂພງ, ມີ 6 Preset ແລະ ເທັກໂນໂລຢີ FIR Linear Phase, Horn 90° × 60°, SPL ສູງສຸດ 136 dB ແລະ ມີອິນພຸດ Mic/Line.
ເໝາະສຳລັບງານອີເວັ້ນ, ງານດອງ, ງານບຸນ, ດົນຕີສົດໃນຮ້ານອາຫານ ແລະ ຫ້ອງປະຊຸມ, ໃຊ້ຄູ່ກັບຊັບ VIVA-718D ໄດ້.
ຂໍ້ມູນຈຳເພາະ
| ປະເພດ | ລຳໂພງ Active 2 ທາງ |
|---|---|
| ກຳລັງຂັບ | 1,400W Peak, 700W RMS (LF 1,200W / HF 200W Peak) |
| ດອກລຳໂພງ | 15" LF (3" Voice coil) + 1" Compression driver (1.5" Voice coil) |
| ການຕອບສະໜອງຄວາມຖີ່ | 45 Hz – 20 kHz |
| SPL ສູງສຸດ | 136 dB |
| ມຸມກະຈາຍສຽງ | 90° H × 60° V |
| DSP | ມີ (6 Preset, FIR Linear Phase, Soft limiter) |
| ອິນພຸດ | XLR, TRS, TS (Mic/Line) |
| ເອົາພຸດ | XLR |
| ໄຟລ້ຽງ | ຫົວຕໍ່ VDE |
| ວັດສະດຸ | PP Composite, ຕະແກງເຫຼັກ |
| ຂະໜາດ (W×H×D) | 420 × 687 × 390 mm |
| ນ້ຳໜັກ | 20 kg |
















