ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
SOUNDVISION

SA-300BT

ແອັມລະບົບປະກາດ

ມິກຊິງແອັມ 300W 5 ໂຊນ ຮອງຮັບ 70V/100V ແລະ 4–8Ω ມີ Bluetooth, USB/SD ເໝາະກັບລະບົບປະກາດ ແລະ ເພງພື້ນຫຼັງ

11,130,000 ກີບ

ສັ່ງຈອງ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

SOUNDVISION SA-300BT ເປັນ Mixing Amplifier ກຳລັງຂັບ 300W ສຳລັບລະບົບປະກາດ (Public Address) ຂະໜາດກາງ. ຂັບລຳໂພງໄດ້ທັງແບບ Low impedance 4–8Ω ແລະ ລະບົບ Voltage line 70V–100V, ແບ່ງສຽງອອກໄດ້ 5 ໂຊນ ແຕ່ລະໂຊນມີສະວິດ ON/OFF ແລະ ໄຟ LED ຢູ່ໜ້າເຄື່ອງ.

ມີຊ່ອງໄມ 5 ຊ່ອງ (XLR ຫຼື 6.35 mm) ຮອງຮັບ Phantom power 48V, ມີປຸ່ມ VOICE PRIORITY ໃຫ້ MIC1 ດັງກວ່າແຫຼ່ງອື່ນ (ຫຼຸດສຽງແຫຼ່ງອື່ນ 0–30 dB), ມີສຽງ Chime ແລະ Siren ໃນຕົວ, ເຄື່ອງຫຼິ້ນ USB/SD ແລະ Bluetooth, ປັບ Bass/Treble ໄດ້ ແລະ ມີລະບົບປ້ອງກັນ Short circuit, Overload ແລະ ຄວາມຮ້ອນສູງ. ມາພ້ອມຫູຍຶດແຣັກ ຖອດໄດ້.

ເໝາະກັບໂຮງແຮມ, ໂຮງຮຽນ, ຫ້ອງການ, ຮ້ານອາຫານ, ໂຮງງານ ແລະ ອາຄານທີ່ຕ້ອງການເປີດເພງພື້ນຫຼັງ ແລະ ປະກາດແຍກເປັນໂຊນ.

ຂໍ້ມູນຈຳເພາະ

ປະເພດUSB/SD/BT Mixing Amplifier 5 ໂຊນ
ກຳລັງຂັບ300W (Rated)
ເອົາພຸດລຳໂພງLow impedance 4–8Ω / Voltage line 70V–100V; 5 Zones (ສະວິດ ON/OFF + LED ທຸກໂຊນ)
ອິນພຸດMIC ×5 (XLR / 6.35 mm, Phantom 48V), AUX, CD, TUNER, SD, USB, Bluetooth
Bluetoothມີ (4.2)
ເອົາພຸດSpeaker Out, Zone Out, Pre-amp Out (Line RCA)
ການຕອບສະໜອງຄວາມຖີ່20 Hz – 20 kHz (±3 dB) @4–8Ω; 50 Hz – 15 kHz (±3 dB) @70–100V
ຟັງຊັນMIC1 Voice Priority (0–30 dB), Chime ແລະ Siren ໃນຕົວ
Tone controlBass 100 Hz (±10 dB), Treble 10 kHz (±10 dB)
THD / S/N<1% @1 kHz (1/3 rated power) / ≥75 dB
ການປ້ອງກັນShort circuit, Overload, High temperature
ໄຟລ້ຽງAC 220–240V, 50/60 Hz (ກິນໄຟ 450W, Fuse T6A)
ຂະໜາດ (W×H×D)430 × 100 × 340 mm
ນ້ຳໜັກ12 kg

ສິນຄ້າທີ່ກ່ຽວຂ້ອງ