ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
Behringer

X AIR XR12 (Xair12)

ດິຈິຕອນມິກເຊີ

ດິຈິຕອນມິກເຊີ 12 ອິນພຸດ ຄວບຄຸມຜ່ານແທັບເລັດ ມີ Wi-Fi ໃນຕົວ ເໝາະກັບວົງດົນຕີ, ຮ້ານອາຫານ ແລະ ງານຂະໜາດນ້ອຍ

11,130,000 ກີບ

ມີສິນຄ້າ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

Behringer XR12 ແມ່ນດິຈິຕອນມິກເຊີທີ່ຄວບຄຸມຜ່ານແທັບເລັດ ມີ mic preamp ທີ່ອອກແບບໂດຍ Midas 4 ຊ່ອງ ພ້ອມ phantom power 48V ແຍກແຕ່ລະຊ່ອງ ແລະ line input ແບບ balanced TRS ອີກ 8 ຊ່ອງ, ໂດຍຊ່ອງ 11 ແລະ 12 ສຽບກີຕາ ຫຼື ເບສໄດ້ໂດຍກົງ.

ມີ Wi-Fi access point ໃນຕົວ ໃຫ້ອຸປະກອນເຂົ້າຄວບຄຸມພ້ອມກັນໄດ້ 4 ເຄື່ອງ ຜ່ານແອັບ X AIR (iPad, Android, PC, Mac, Linux), 4 stereo FX engines, 6 aux buses, ບັນທຶກ stereo WAV ລົງ USB flash drive ແລະ MIDI in/out ສຳລັບປ່ຽນ snapshot.

ເໝາະກັບວົງດົນຕີ, ຮ້ານອາຫານ, ຄາເຟ່, ຫ້ອງປະຊຸມ ແລະ ງານດອງຂະໜາດນ້ອຍ ທີ່ຢາກຍ່າງປັບສຽງໄດ້ທົ່ວງານ.

ຂໍ້ມູນຈຳເພາະ

ປະເພດດິຈິຕອນມິກເຊີ ຄວບຄຸມຜ່ານແທັບເລັດ
ຊ່ອງ12 ອິນພຸດ, 6 aux buses + main LR
ອິນພຸດ4 x XLR/TRS combo (Midas-designed preamp, 48V), 8 x TRS line (Hi-Z ຊ່ອງ 11–12)
ເອົາພຸດ2 x XLR main, 2 x TRS aux, 1 x Phones
DSP4 stereo FX engines, 40-bit floating point, latency 0.8 ms
ການເຊື່ອມຕໍ່Wi-Fi 2.4 GHz (ສູງສຸດ 4 ອຸປະກອນ), Ethernet RJ45, USB Type A, MIDI in/out
ການບັນທຶກStereo WAV ລົງ USB flash drive
ການຕອບສະໜອງຄວາມຖີ່10 Hz – 22 kHz
ໄຟລ້ຽງ100–240 V, 30 W

ສິນຄ້າທີ່ກ່ຽວຂ້ອງ

SOUNDVISION

SMX-4

3,430,000 ກີບ